ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ອວຍພອນທູດປ້ອງກັນຊາດ
ກະຊວງປ້ອງກັນປະເທດ ສສ ຫວຽດນາມ ປະຈຳລາວ


     ວັນທີ 19 ທັນວາ 2023 ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດລາວ ນຳໂດຍ ສະຫາຍ ພົນຈັດ
ຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ
ທີ່ປຶກສາທູດປ້ອງກັນຊາດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ປະຈຳລາວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ
ຄົບຮອບ 79 ປີ, ເປັນກຽດຕ້ອນຮັບໂດຍແມ່ນ ສະຫາຍ ພັນເອກ ວໍ້ ວັນ ທົ້ງ ຫົວໜ້າຫ້ອງການທີ່ປຶກສາທູດ ປ້ອງກັນຊາດ ກະຊວງປ້ອງກັນ
ປະເທດ ສສ ຫວຽດນາມ ປະຈຳລາວ ພ້ອມຄະນະ.

     ໃນໂອກາດນີ້ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຕາງໜ້າໃຫ້ພະນັກງານນັກຮົບພາຍໃນກົມ ວິທະຍາສາດ-ປະຫວັດສາດ ການ
ທະຫານ ຂໍອວຍພອນໃຫ້ກອງທັບປະຊາຊົນຫວຽດນາມ ຈົ່ງປະສົບຜົນສຳເລັດ ໃນທຸກໜ້າທີ່ວຽກງານກາຍເປັນກອງທັບ ທີ່ເຂັ້ມແຂງທັນ
ສະໃໝຍິ່ງຂຶ້ນໄປ ອວຍພອນໃຫ້ສາຍພົວພັນຮ່ວມມືຂອງສອງຊາດ ສອງກອງທັບ ໃຫ້ໝັ້ນຄົງທະນົງແກ່ນ ອວຍພອນໃຫ້ຫ້ອງການທູດປ້ອງ
ກັນຊາດ ສສ ຫວຽດນາມ ປະຈຳລາວ ຈົ່ງພາກັນຢູ່ດີມີແຮງ ເຮັດສຳເລັດທຸກໜ້າທີ່ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ອວຍພອນໃຫ້
ສາຍພົວພັນຮ່ວມມືສອງຊາດສອງກອງທັບ ລາວ-ຫວຽດນາມ ມີມູນເຊື້ອສາຍພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະ
ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດລາວ ກັບຫ້ອງການທູດທະຫານປ້ອງກັນຊາດ ຂອງ ສສ ຫວຽດ
ນາມ ປະຈຳຢູ່ ສປປ ລາວ ທີ່ເຄີຍມີມູນເຊື້ອຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາ ໃນໂອກາດວັນສ້າງຕັ້ງກອງທັບປະ
ຊາຊົນຫວຽດນາມ ຄົບຮອບ 79 ປີ ຄື (22 ທັນວາ 1944-22 ທັນວາ 2023).

ແຫຼ່ງຂ່າວໂດຍ ສອນໄຊ ສຸກສິງຈັນ
ວັນທີ 21/12/2023